Your home. You get away from it.
ບ້ານເກີດທ່ານ ທ່ານຈາກໄປນານແລ້ວໜໍ
Parents, relatives, friends, still waiting.
ພໍ່ແມ່ພີ່ນ້ອງ ເພື່ອນມິດຍັງເຝັ້າລໍ
Far from home because of how much.
ທ່ານຈາກບ້ານໄປ ດ້ວຍການຫຍັງນໍ
I look forward to in every day.
ຄົນເຝົ້າລໍຄິດເຖິງທ່ານບໍ່ເວັ້ນວັນ
ວັນນະກັມລາວ
วันเสาร์ที่ 27 สิงหาคม พ.ศ. 2554
วันศุกร์ที่ 26 สิงหาคม พ.ศ. 2554
ສົນທະນາ
ສະບາຍດີ ທ່ານຜູ້ກຳກັບຄຳລຳຊີວິດວັດທະນະທຳ ນສພ.ວຽງຈັນໃຫມ່ ທີ່ຮັກແພງ.
- ຫລານຍັງເປັນເດັກນ້ອຍຢູ່ ຖືວ່າເປັນຄົນລຸ້ນຫນຸ່ມ ຕິດຕາມອ່ານຫນັງສືພິມວຽງຈັນໃຫມ່ເປັນປະຈຳ ໂດຍສະເພາະລາຍການຊີວິດວັດທະນະທຳ ນັ້ນ ຕິດຕາມປະຈຳລາຍການນີ້ໄດ້ເຮັດໃຫ້ຫລານເຂົ້າໃຈວັດທະນະທຳລາວໃນຫລາຍໆດ້ານ ແຕ່ບໍ່ໄດ້ຂຽນຈົດໝາຍມາລົບກວນທ່ານຈັກເທືອ ເທື່ອນີ້ຖືວ່າເປັນເທື່ອທຳອິດ ເພາະວ່າຫລານໄດ້ອ່ານຊີວິດວັດທະນະທຳ ວັນທີ 16 ສິງຫາ 2011 ເຊິ່ງໃສ່ຊື່ວ່າ "ລູງເປັນຫ່ວງ...ການຂາດສະຕິຂອງ ຄູບາໜຸ່ມບາງອົງ ເຊິ່ງທ່ານກໍເຂົ້າໃຈແລ້ວວ່າ ເຂົາເວົ້າຫຍັງ ຫລານຈະບໍ່ເອົາມາເວົ້າຄືນ ຈະຍົກມາສະເພາະເລື່ອງຂ້ອງໃຈ ແລະສັບສົນໃນການໃຫ້ ທັດສະນະຂອງຜູ້ທີ່ໃຊ້ຊື່ວ່າ "ລຸງຄຳເມືອງສີໂຄດ".
- ໃນຈົດໝາຍຂອງລູງຄຳເມືອງສີໂຄດນັ້ນ ມີຫລາຍຢ່າງຂັດໆເຂີນໃນການໃຊ້ພາສາ ໂດຍສະເພາະການໃຊ້ຄຳວ່າ "ຄູບາ" ນັ້ນ, ຈິງຢູ່ເປັນພາສາທີ່ ເຮົາຊິນເຄີຍໃນການເອີ້ນຊື່ພະ, ແຕ່ຫາກໃຊ້ຂຽນໃນສື່ສານສາທາລະນະດັ່ງນີ້ລູງຄຳຄວນແຍກປະເພດ ຂອງຄຳເວົ້າເອົາມາເວົ້າໃຫ້ສະໃຫ້ສວຍ ງາມ ໂດຍສະເພາະຫລາຍເຄີຍໄປເຂົ້າໂຄງການບວດເນນຫລາຍຄັ້ງ ພະອາຈານສອນ ຈະສອນວ່າ ຄົນລາວເຮົາເອີ້ນຊື່ພະນັ້ນຫາກເປັນການເວົ້າ ກັນປາກຕໍປາກຈະວ່າ "ຄູບາ" ກະໄດ້ ເຖິງປານນັ້ນ, ກໍຍັງຕ້ອງເລືອກໃຊ້ອີກວ່າ ຫາກເປັນພະໜຸ່ມກໍຍັງບໍ່ທັນຫົດສົງ ກໍເອີ້ນຄູບາໄດ້, ຫາກຫົດ ແລ້ວ ຫຼືເກ່ແນ່ແລ້ວເຂົາຈະເອີ້ນວ່າອາຈານ ຫຼືພະອາຈານ ຫາກເຖົ້າກໍກໍວ່າອາຈານໃຫຍ່ ສາທຸໃຫຍ່ ຍາທ່ານ ເລົ່ານີ້ເປັນຕົ້ນ, ຢ່າງໃດກໍຕາມວັດທະນະທຳລາວທາງສາດສະໜາ ເອີ້ນພະສົງແບບທາງການ ຄັນແມ່ນພະອົງດຽວເຂົາຈະວ່າພະພິກຂຸ, ຄັນຫຼາຍອົງຂຶ້ນໄປເຂົາຈະວ່າ ພະສົງ ໃນນັ້ນມີສາມະເນນພ້ອມ ກໍວ່າພະສົງສາມະເນນ ອັນສາມະເນນນັ້ນເຂົ້າເອີ້ນວ່າຈົວ ເວລາຂຽນກໍບໍ່ເອົາມາ ຂຽນ, ເຫດທີ່ເວົ້າເລື່ອງນີ້ມາ ກໍເພາະເຫັນວ່າລຸງຄຳເມືອງສີໂຄດຂາດວັດທະນະທຳໃນການໃຊ້ພາສາບໍ່ຖືກກາລະເທສະແລ້ວ.
- ຕໍ່ໄປນີ້ ຫລານຈະຂໍຍົກເລື່ອງ ທີລຸງຄຳສົນໃຈ ມາສົນທະນາແບບສ້າງສັນ ແລະໃຫ້ທັດສະນະທີ່ເໝືອນແລະແຕກຕ່າງລະຫວ່າງລຸງຄຳ ກັບຂ້າພະເຈົ້າ.
ລູງຄຳວ່າ :
1. ເວລາຄູບາອາຈານເພິ່ນເທດ ຫຼື ເຜີຍແຜ່ທຳມະ ບາງເທື່ອກໍອອກວິທະຍຸ-ໂທລະພາບ ແມ່ນສອນໃຫ້ຄົນກະທຳດີ ແຕ່ຄູບາໜຸ່ມບາງອົງ ເວົ້າສັບພາສາໄທບັກຫຼາຍໆ ຊ້ຳບໍ່ພໍ ບາງອົງເທດເປັນສຳນຽງໄທອ້ອຍຕ້ອຍ.
- ຕໍ່ບັນຫານີ້ ຫລານເຂົ້າໃຈວ່າ ການສອນທຳມະເປັນການໃຊ້ພາສາທີ່ຄົນຮູ້ຈັກ ຫາກເວົ້າພາສາທີ່ຄົນບໍ່ຮູ້ຈັກ ການສອນທຳມະຂອງກໍບໍ່ໄດ້ຜົນ, ຫຼານເອງກໍມັກຕິດຕາມການບັນຍາຍທຳຂອງພະອາຈານທາງໂທລະພາບ ແລະວິທະຍຸຕະຫລອດ ໂດຍສະເພາະແມ່ນການອອກລາຍການທາງວິທະຍຸຕອນເຊົ້າ ນັ້ນບໍເຫັນວ່າພະອາຈານເວົ້າໄທເລີຍ ເວົ້າແຕ່ພາສາລາວລ້ວນໆ ສຽງນັ້ນອາດຊິບໍ່ ຄືກັນກັບລູງຄຳ ເພາະພະສົງເລົ່ານັ້ນເວົ້າພາສາທາງໃຕ້ ສະຫວັນສະລາວັນແຄມທ່າ ປາກເຊ ຈຳປາສັກພາສາລາວແຖວນີ້ ບໍ່ຄືພາສາສຳນຽງທາງ ວຽງຈັນ ຈະຄືກໍຄືສຳນຽງທາງອຸບົນແລະອີສານ ຫລານຍັງເຊື່ອວ່າຄົນໃນພາກອີສານຂອງໄທ, ຈະວ່າຄົນໃນຟາກແມ່ນໍ້າຂອງຂອລາວກໍວ່າໄດ້ ເຂົາເວົ້າພາສາລາວ ເຂົາບໍ່ໄດ້ເວົ້າພາສາໄທ ບັງເອີນສຽງເວົ້າ, ພາສາ, ສຳນຽງຂອງຄົນລາວມີຄວາມແຕກຕ່າງກັນແຕ້ລະທ້ອງຖິ່ນມັນກໍຕາງກັນ ແນ່ໃນການໃຊ້ສັບພາສາ ຈະວ່າເພິ່ນເວົາພາສາໄທອ້ອຍຕ້ອຍນັ້ນຫລານວ່າບໍ່ແມ່ນ ຄົນລາວມີຫລາຍສຳນຽງສຽງເວົ້າ ແລະທາງການລາວເຮົາ ກະບໍ່ໄດ້ກຳນົດວ່າຄົນລາວຕ້ອງເວົ້າສຳນຽງວຽງຈັນເປັນພາສາທາງການ ກໍໝາຍວ່າພະອາຈານເລົ່ານັ້ນເວົ້າພາສາລາວຢູ່, ຫາກລຸງຄຳ ເປັນຄົນເກົ່າແກ່ແນ່ ອາດຊິຮູ້ບັນຫານີ້ດີ, ຄົນຢູ່ວຽງຈັນເຮົານີ້ກໍມີສຳນຽງສຽງເວົ້າແຕກຕ່າງກັນຈົນຟັງກັນບໍ່ຮູ້ເລື່ອງກໍມີ ເຊັ່ນຄົນຊຳເໜືອ ໄທແດງ ແລະຜູ້ໄທ ຕ່າງຮອດຄຳເວົ້າ ເຖິງຕ່າງກໍບໍ່ແມ່ນວ່າເຂົາບໍ່ເວົ້າພາສາລາວ, ນອກຈາກນັ້ນພາສາທີ່ຄ້າຍສຽງ ທາງພາກອີສານຂອງໄທ ໃນວຽງຈັນແຖວບ້ານຫ້ອມ ສີຖານໃຕ້, ບ້ານນາບຽນ, ໂພນທອງ, ໂນສະຫວ່າງແລະແຄມຂອງທົ່ວໄປກໍເວົ້າຄ້າຍໆສຽງຄົນໃນພາກອີສານ ອ້ອຍຕ້ອຍ ເຂົາພວກນີ້ບໍ່ໄດ້ເວົ້າພາສາໄທເລີຍ, ຫລານເຊື່ອວ່າຄົນພາກໃຕ້ ແລະຄົນໃນທ້ອງຖິ່ນທີ່ຫລານຍົກມານີ້ ບໍ່ໄດ້ເວົ້າພາສາໄທແມ່ນຄຳ ດຽວ ແລະຍັງເຊື່ອອີກວ່າຄົນໃນພາກອີສານ (ເວົ້າພາສາທ້ອງຖິ່ນບໍ່ໄດ້ເວົ້າສາໄທກາງນັ້ນ) ເຂົາເວົ້າພາສາລາວແທ້ໆ, ເມື່ອຫລານກັບໄປຟັງລາຍ ການວິທະຍຸຂອງພະອາຈານທີ່ອອກລາຍການນັ້ນ ບໍ່ມີພະອາຈານອົງໃດເວົ້າພາໄທເລີຍ ເພາະພາສາໄທກໍຄືພາສາຂອງຄົນໄທພາກກາງ ຄົນລາວຈະອອກສຽງໄທແທ້ນັ້ນບໍ່ອ້ອຍຕ້ອຍປານໃດດອກ ບໍ່ຄວນທີ່ຈະຕຳນິພາສາລາວເຮົາເອງເລີຍ ຫລານວ່າ ຄວາມຫລາກຫລາຍຂອງພາສາ ລາວນີ້ແລ້ວ ຄືຈຸດເດັ່ນຂອງພາສາລາວ.
- ຫາກຈະຕິແທ້ໆ ຄວນຈະຕິເລື່ອງໃຊ້ໂຕ ລ ໂຕ ຮ ດີກວ່າ ເຊັ່ນການໃຊ້ ລຽບລ້ອຍ, ນື່ງລ້ອຍສອງລ້ອຍນັ້ນ ເຖິງເປັນພາທ້ອງຖິ່ນກໍຄວນຈະປັບ ປຸງໃຫ້ຖືກກັບອັກສອນທີ່ຂຽນຈະດີກວ່າ, ອັນນຶ່ງລູງຄຳຄົງຈະໄດ້ຟັງວິທະຍຸແຄມຂອງຂອງຝັ່ງໄທ ເຂົາເວົ້າພາສາລາວມ່ວນກວ່າຄົນລາວ ອີກ ເພາະເຂົາບໍ່ກິດກັ້ນພາສາທ້ອງຖິ່ນ ຖ້າຈະຕຳນິ ກໍຄວນຕຳນິຄົນທີ່ເອົາສິນຄ້າລາວໄປໂຄສະນາຢູ່ວິທະຍຸເຂົາຈະດີກວ່າ ເພາະເສຍທັງທ່າການເມືອງ ແລະເສຍທັງທຶນອອກນອກປະເທດ, ຍັງບໍ່ພໍເທົ່ານັ້ນ ຄົນລາວຍັງໂທລະສັບໄປຂໍຟັງເພງນຳເຂົາອີກທັງໜຸ່ມທັງເຖົ້າແຊວໆ ແຕ່ອັນນັ້ນມັນເປັນສິດ ຂອງເຂົາເຮົາກະເວົ້າບໍ່ໄດ້ ພຽງແຕ່ສົມທຽບໃຫ້ຟັງຊື່ໆ.
- ລຸງຮູ້ວ່າ: ຄູບາອາຈານຫຼາຍອົງ ເພິ່ນຮຽນຈົບມາແຕ່ປະເທດໄທ ນອກຈາກນີ້ ຕຳລາຫຼາຍອັນ ກໍນຳເອົາປຶ້ມໄທເຂົ້າມາ ແລ້ວເຮົາຊິພາກັນປ່ອຍປະໃຫ້ມັນເປັນໄປແນວນີ້ໄປເລີຍເບາະ ? ໂດຍສະເພາະ ເວລາເພິ່ນໄປສອນເດັກນ້ອຍເຍົາວະຊົນ ຊາວໜຸ່ມ ເຂົາຊິບໍ່ເອົາເປັນແບບຢ່າງບໍ ?.
- ຂໍ້ລຸງຄຳບໍ່ຮູ້ດອກວ່າພະສົງສາມະເນນເລົ່ານັ້ນເອົາປື້ມມາຫລືບໍ່ ? ທີ່ຈິງອັກສອນໄທ ຫລືປື້ມທີ່ພາສາໄທ ເອົາມາໃນລາວນັ້ນບໍ່ແມ່ນແຕ່ພະສົງ ດອກຫລານເອງ ເປັນຄົນມັກອ່ານຫນັງສື ໄປຮ້ານໜັງສືເຫັນເຂົາຂານປຶ້ມໄທຫລາຍກວ່າປຶ້ມລາວ ຢູ່ຮ້ານປື້ມກໍມີ ຕະຫລາດນັດເປີດຢູ່ລາວໄອເຕັກໍ ເຫັນຫລວງຫຼາຍ ຍັງມີລົດຂາຍປື້ມອີກຂາຍກັນທົ່ວ ແຕ່ຍັງດີທີ່ຮ້ານຂາຍປື້ມບາງຮ້ານຂາຍໜັງສືທຳມະ ວິຊາການ ການອ່ານໜັງສືນັ້ນມັນດີ ອ່ານພາສາໃດໄດ້ກໍດີໄປໝົດ ເພາະເຮົາຈະໄດ້ຄວາຮູ້ໃນນັນ ຈຶ່ງຢູ່ວ່າອ່ານພາສາອື່ນ ແລະຄວາມຮູ້ນັ້ນເປັນຄວາມຮູ້ຂອງຄົນຜູ້ນັ້ນ ໃຜອ່ານຫລາຍຜູ້ນັ້ນກໍໄດ້ຄວາມຮູ້ຫລາຍ ເຮົາບໍ່ຈຳເພາະແຕ່ໜັງສືໄທ ໜັງສືອັງກິດ ຝຣັ່ງ ຫວຽດຈີນ ຂະເໝນຄັນອ່ານໄດ້ກໍເປັນເລື່ອງດີ ແຕ່ເທົ່າທີ່ຫລາຍສັງເກດນັ້ນຄົນລາວບໍ່ອ່ານໜັງສືເລີຍ ຄັນອ່ານພັດອ່ານໜັງສືພວກບັນເທີງເລີງລົມ ໜັງສືພວກດາລາ, ຫາກເປັນປື້ມຕຳລາ ກໍຍິ່ງຄວນອ່ານບໍ່ຄວນກີດຫ້າມ ອັນໜຶ່ງຄວາມຮູ້ເລື່ອງທຳມະນັ້ນ ເປັນໜັງສືປະເພດທີ່ຄົນທົ່ວໄປບໍ່ນິຍົມ ອ່ານການຜະລິດປຶ້ມຕຳລາທາງພຸດທະສາສະໜາກະຊວງສຶກສາເຮົາກໍບໍ່ມີທຶນພິມ ເຖິງມີພິມແນ່ກໍແມ່ນສຶກສາສົງສູນກາງ ເຂົາກະພິມຫລວງຫລາຍແລ້ວ ຕ່າງແຕ່ຄົນອ່ານບໍ່ໄດ້ ອີກອັນນຶ່ງການພິມອັກສອນທຳມະ ທາງສາສະໜາກໍໃຊ້ອັກສອນພິເສດ ແລະພາສາພິເສດ ຄົນລາວອາດຊິອ່ານບໍ່ໄດ້ ເພາະເພິ່ນຂຽນແບບພິເສດ ມີອັກສອນ ໔໑ ໂຕ,(ໄປຫາເບິ່ງຢູ່ສຶກສາສົງສູນກາງ) ຄົນລາວເຮົາທົ່ວໄປກໍຕິດຂັດກັບການ ອ່ານແນ່ນອນ ເພາະລຶ້ງກັບການຂຽນປັດຈຸບັນ ບາງທີລຸງຄຳເຫັນປື້ມຕຳລາແບບນີ້ບໍ່ຈັກ ກໍເລີຍກ່າວຫາວ່າຕຳລາໄທ ມີບາງຄົນມັກອ່ານກໍອ່ານໄດ້ ຍັງຕ້ອງໄດ້ຕິດຂັດກັບຄຳປາລີນັ້ນອີກ ເມື່ອອ່ານບໍ່ເຂົາໃຈກໍຊິຫາວ່າ ເປັນພາສາໄທໄປ ອັນນີ້ຄືຈຸດອ່ອນຂອງຄົນລາວເຮົາທີ່ບໍ່ປັບປຸງອັັກສອນ ພາສາຂອງຊາດຕົນ, ຫາກເປັນຈັ່ງຊີ້ກໍບໍ່ຄວນຈະໄປຕິພະໃຊ້ຕຳລາໄທແລ້ວ ອັນທີ່ຄວນຕິດນັ້ນຕ້ອງຕິ ວາລະສານແຟຊັ່ນ ແບບບັນເທິງໃນລາວແປ ເອົາບົດຄວາມຈາກພາສາໄທມາລົງໃນວາລະສານຂອງຕົນ ໃຊ້ພາສາບໍ່ຖືກຕ້ອງຫລາຍຄຳ ບໍ່ເຫິງຄົນລາວກໍຊິວ່ານັ້ນຄືຄຳພາສາລາວໄປອີກ ຫລານເຈົ້າບໍເປັນຫ່ວງດອກພາສາເວົ້າ ຫຼານເປັນຫ່ວງພາສາຂຽນ ເພາະໃຜໆກໍເອົາມາສຶກສາກັນໄດ້ຕາບໃດປື້ມບໍ່ຂາດ ຄົນລາວເຮົາຄັນເຊື່ອ ກໍເຊື່ອຖືຕາຍຕົວຢູ່ແລ້ວ ຄັນເຫັນຫລັກຖານຈັ່ງຊັ້ນເພີ່ນຈະເຊື່ອບໍ່ມີຍອມຄົນເອົາໂລດ, ສ່ວນການເວົ້າເວົ້າແລ້ວກໍແລ້ວໄປ ຜິດແລ້ວແກ້ກັນໃໝ່ບໍ່ ມີໃຜເອົາແບບຢ່າງໄດ້ດອກ ສິ່ງທີ່ຄວນຕິອີກອັນນຶ່ງ ປະຊາຊົນລາວຜູ້ສັດທາໃນປື້ມໄທຫົວໃດຫົວນຶ່ງແລ້ວກອບປີໄປແຈກຊາວບ້ານ ໂດຍບໍ່ປ່ຽນອັກສອນ ອັນນັ້ນແລ້ວມັນຄວນຕິທັງເຜີຍແພ່ພາສາອື່ນບໍ່ໄດ້ຮັບອະນຸຍາດ ແລະລະເມີດລິຂະສິດເຂົາ ອັນນັ້ນເຣົາໄປຕິພະເຈົ້າພະສົງບໍ່ໄດ້ດອກຕ້ອງຕິ ຊາວບ້ານທີ່າບໍ່ຮູ້ຈັກອີສັງ ຈັກແຕ່ຢາກທານແຕ່ກັບເປັນທານທີ່ບໍລິສຸດ.

วันอาทิตย์ที่ 5 ธันวาคม พ.ศ. 2553
ຕົ້ນເຫດການເທດສະໜາເລື່ອງ ມະໂຫສົຖບັນດິຕ
ໃນສະໄໝໜຶ່ງ ອົງສົມເດັດພຣະສັມມາສັມພຸດທະເຈົ້າຂອງເຮົາ ປະທັບທີ່ວັດເຊຕະວັນມະຫາວິຫານ ໃກ້ພຣະນະຄອນສາວັຕຖີ, ໃນວັນໜຶ່ງພຣະພິກຂຸ ສົງທັງຫຼາຍ ໄດ້ສົນທະນາກັນທີ່ທັມມະສາລາ ເຊິ່ງປາຣົບເຖິງເຊິ່ງເຣືອງອົງສົມເດັດພຣະສັມມາສັມພຸດທະເຈົ້າວ່າ:
ໂອ ! ພຣະສັມມາສັມພຸດທະເຈົ້າຂອງພວກເຮົານີ້ ພຣະອົງຊົງເປັນຜູ້ມີພຣະປັນຍາປີຊາຍານເປັນເລີດທີ່ສຸດ, ພຣະອົງຢັ່ງຮູ້(ນິໄສໃຈຄໍ) ຂອງສັຕະວະໂລກທັງສາມໂລກໄດ້, ຢ່າງເລີກເຊິ່ງ ພຣະອົງສາມາດຮູ້ ແລະເຂົ້າໃຈໃນການທີ່ຈະຕໍ່ຕ້ານ ແກ້ໄຂ ແລະຂອງຄົນໄດ້ໝົດ, ດ້ວຍເມດຕາ ດ້ວຍພຣະ
ວັດຖຸປະສົງ ແລະເປົ້າໝາຍ
- ການສ້າງບຼ໊ອກນີ້ຂຶ້ນມາ ເພື່ອລວບລວມວັນນະກັມລາວ, ວັນນະກັມພຣະພຸດທະສາສະໜາໃນລາວ ແລະເຜີຍແຜ່ສູ່ມະຫາຊົນ ທົ່ວໄປໄດ້ສຶກສາ ກ່ຽວກັບພັດທະນາການຂອງຊາດ ຂອງພຣະພຸດທະສາສະໜາໃນລາວ ທັງເປັນການສຶກສາເບິ່ງແນວໂນ້ມການພັດທະນາຊາດໃນອະດີດ ໂດຍການພັດທະນາວັນນະກັມ, ຕາມໄລຍະສະໄໝແຫ່ງປະຫວັດສາດ.
- ບຼ໊ອກວັນນະກັມລາວນີ້ ບໍ່ແມ່ນເນັ້ນສະເພາະເຈົ້າຂອງບຼ໊ອກເທົ່ານັ້ນ ເປັນຜູ້ສະເໜີບົດວັນນະກັມ ທ່ານຜູ້ອ່ານທັງຫຼາຍສາມາດ ທີ່ຈະຂຽນບົດເຂົ້າ ຮ່ວມໃນບຼ໊ອກນີໄດ້ເຊັ່ນກັນ ຫາກທ່ານມີຈຸດປະສົງ ຈະສົ່ງບົດວັນນະກັມຂອງທ່ານ ຈະເປັນວັນນະລາວແທ້, ວັນນະກັມພຸດທະສາສະໜາ ແລະວັນນະ ກັມຮ່ວມສະໄໝ ແມ່ນກະທັງບົດວັນນະກັມປະເພດຮ້ອຍແກ້ວ ແລະຮ້ອຍກອງ ກໍໃຫ້ສົ່ງບົດຄວາມຂອງທ່ານ ທີ່ພິມເປັນໜັງສືປະເພດ Unicode ມາຍັງທີ່ຢູ່ອີເມລນີ້ neuang@gmail.com ໄດ້ຈະນຳສະເໜີບົດວັນນະກັມຂອງທ່ານໄວ້ໃນບ໊ຼອກນີ້ ເພື່ອເປັນການເຜີຍແຜ່ວັນນະກັມລາວທາງສື່ອອນໄລນ໌ໃຫ້ກວ້າງຂວາງ.
ດ້ວຍຄວາມຮັກແພງ ແລະນັບຖືຍິ່ງ
ວຽງຈັນ, ວັນທີ 6 ທັນວາ 2553/2010
ສາຍເຊລຳເພົາ ລູກຊາວດອນ

สมัครสมาชิก:
บทความ (Atom)